ມຽນມາ

lmcchina.org, March 12, 2021
Size:

ມຽນມາເປັນປະເທດທີ່ມີພູມອາກາດອົບອຸ່ນ, ມີທິວທັດທຳມະຊາດທີ່ສວຍງາມ. ມີປ່າຕຶດົງໜາ, ພູຜາທີ່ເມກໝອກກຸ້ມໄປທົ່ວ, ອຸດົມສົມບູນໄປດ້ວຍວັດທະນະທຳພຸດທະສາສະໜາແລະຮີດຄອງປະເພນີທີ່ມີເອກະລັກໂດດເດັ່ນຂອງຕົນ. ມຽນມາມີອາກາດທີ່ດີຕະຫຼອດປີ, ທິວທັດທີ່ຈັບອົກຈັບໃຈຢູ່ດິນແດນແຫ່ງນີ້ໄດ້ມີການຜັນແປຢ່າງບໍ່ຢຸດຢັ້ງໄປຕາມການປ່ຽນແປງຂອງສະພາບອາກາດ.

ວັນທີ 23 ມີນາ 2016, ກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທຳອິດໄດ້ຈັດຂຶ້ນຢູ່ນະຄອນຊ່ານຢາແຂວງໄຫຫຼຳຈີນ, ທ່ານ ໄຊ ມອກແຄມ ຮອງປະທານາທິບໍດີມຽນມາໄດ້ເຂົ້າຮ່ວມກອງຊຸມດັ່ງກ່າວ. ວັນທີ 23 ທັນວາ 2016, ທ່ານ ໂຈຕິນ ລັດຖະມົນຕີກະຊວງການຕ່າງເທດມຽນມາໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີສອງໂດຍກ່າວວ່າ: ການເຕີບໂຕດ້ານເສດຖະກິດສາກົນແລະພາກພື້ນໃນປັດຈຸບັນຂາດກຳລັງແຮງຂັບເຄື່ອນ,ສະນັ້ນ,ການເພີ່ມທະວີການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈິ່ງມີຄວາມສຳຄັນຫຼາຍຕໍ່ບັນດາປະເທດໃນອະນຸພາກພື້ນແຫ່ງນີ້. ການທີ່ຕັ້ງໜ້າເຂົ້າຮ່ວມການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນສອດຄ່ອງກັບຜົນປະໂຫຍດແຫ່ງຊາດຂອງມຽນມາ, ເຊິ່ງຈະສາມາດສ້າງຜົນປະໂຫຍດຕົວຈິງໃຫ້ກັບປະຊາຊົນມຽນມາ. ມຽນມາຂໍສະແດງຄວາມຊົມ   ເຊີຍຕໍ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຄັ້ງນີ້ທີ່ໄດ້ປະສົບຜົນສຳເລັດ, ຊົມເຊີຍຈີນໃນຖານະເປັນປະເທດປະທານຮ່ວມໄດ້ເສີມຂະຫຍາຍບົດບາດທີ່ສຳຄັນ, ມຽນມາຍິນດີສືບຕໍ່ຮ່ວມກັບຈີນເພີ່ມທະວີການຮ່ວມມືໃນຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.


 

ຸງຊາດມຽນມາ

ປະເທດມຽນມາໂດຍສັງເຂບ

ປະເທດມຽນມາຕັ້ງຢູ່ພາກຕາເວັນຕົກຂອງແຫຼມອິນດູຈີນ, ມີຊາຍແດນດ້ານຕາເວັນອອກສຽງເໜືອຕິກັບຈີນ,ພາກຕາເວັນຕົກສຽງເໜືອຕິດກັບບັງກະລາເທດແລະອິນເດຍ, ພາກຕາເວັນອອກຕິດກັບສປປລາວແລະພາກໃຕ້ຕິດກັບໄທ, ພາກຕາເວັນຕົກສຽງໃຕ້ຕິດກັບອ່າວເບັງກອນ ແລະ ທະເລອັນດາມັນ.ມີຊາຍຝັ່ງທະເລຍາວທັງໝົດ 3.200 ກິໂລແມັດ. ເນື້ອທີ່ສ່ວນໃຫຍ່ຂອງປະເທດມຽນມາຈັດຢູ່ໃນ ພູມອາກາດລົມມໍລະສຸມເຂດຮ້ອນ, ອຸນຫະພູມສະເລ່ຍປະຈຳປີ ແມ່ນ 27,ຢູ່ເຂດມານດາເລ ອຸນຫະພູມສູງສຸດສູງກວ່າ 40. ເດືອນມັງກອນແມ່ນເດືອນທີ່ມີອຸນຫະພູມຕ່ຳສຸດໃນໝົດປີ. ອຸນຫະພູມສະເລ່ຍສູງກວ່າ 20. ເດືອນທີ່ຮ້ອນກວ່າໝູ່ແມ່ນເດືອນເມສາ, ອຸນຫະພູມສະເລ່ຍປະມານ 30. ປະລິມານນ້ຳຝົນມີລັກສະນະແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນ, ພາກກາງຂອງປະເທດມຽນມາເປັນເຂດແຫ້ງແລ້ງ,ປະລິມານນ້ຳຝົນປະມານ 5001000 ມມ, ເຂດພູດອຍແລະເຂດແຄມທະເລທີ່ມີຝົນຕົກຫຼາຍແມ່ນປະມານ 30005000 . ທົ່ວປະເທດມຽນມາແບ່ງເປັນ 7 ແຂວງ,7ລັດແລະ1ເຂດສະຫະພາບ. ບັນດາແຂວງເປັນເຂດຕັ້ງພູມລຳເນົາຕົ້ນຕໍຂອງເຜົ່າພະມ້າ, ບັນດາລັດເປັນເຂດຕັ້ງພູມລຳເນົາຕົ້ນຕໍຂອງຊົນເຜົ່າສ່ວນໜ້ອຍຕ່າງໆ,ເຂດສະຫະພາບແມ່ນນະຄອນຫຼວງເນປີດໍ.

ວັນບຸນສຳຄັນ

ວັນເອກະລາດ: ວັນທີ 4 ມັງກອນ

ວັນສ້າງຕັ້ງກອງທັບມຽນມາ: ວັນທີ 27 ມີນາ

ບຸນຫົດນ້ຳ: ກາງເດືອນເມສາ

 

 

ການທ່ອງທ່ຽວ

ປະເທດມຽນມາມີທິວທັດທຳມະຊາດທີ່ສວຍງາມ, ມີບູຮານສະຖານຢ່າງຫຼວງຫຼາຍ. ແຫຼ່ງທ່ອງທ່ຽວທີ່ສຳຄັນມີ ສະເວດາກອງທີ່ຢາງກຸ້ງມີຊື່ສຽງໂດ່ງດັງໃນໂລກ, ເມືອງບູຮານວັດທະນະທຳມານດາເລ ແລະ ປາການ ທີ່ຖືກຂະໜານນາມວ່າ: ເມືອງແຫ່ງພະທາດ, ບ້ານເທິງນ້ຳຢູ່ໜອງອິນເລ, ຫາດຊາຍທະເລນາປາລີເປັນຕົ້ນ. ລັດຖະບານມຽນມາໄດ້ອອກແຮງພັດທະນາຂະແໜງການທ່ອງທ່ຽວ,ຕັ້ງໜ້າດຶງດູດການລົງທຶນຈາກຕ່າງປະເທດ, ສ້າງພື້ນຖານໂຄງລ່າງດ້ານການທ່ອງທ່ຽວ.

 

 

ການສຶກສາ

ລັດຖະບານມຽນມາເອົາໃຈໃສ່ການພັດທະນາການສຶກສາແລະວຽກງານການລຶລ້າງຄວາມບໍ່ຮູ້ໜັງສື, ອັດຕາການຮູ້ໜັງສືຂອງປະຊາຊົນມີປະມານ 94,75%, ມຽນມາໄດ້ປະຕິບັດການສຶກສາພາກບັງຄັບໃນຊັ້ນປະຖົມ. ການສຶກສາຂອງມຽນມາປະກອບມີການສຶກສາກ່ອນໄວຮຽນ, ການສຶກສາຂັ້ນພື້ນຖານແລະການສຶກສາຊັ້ນສູງ. ໂຮງຮຽນການສຶກສາຂັ້ນພື້ນຖານທີ່ມີຢູ່ໃນປັດຈຸບັນມີທັງໝົດ 40.876ແຫ່ງ, ມະຫາວິທະຍາໄລແລະວິທະຍາໄລ 108 ແຫ່ງ, ວິທະຍາໄລສ້າງຄູ 20 ແຫ່ງ, ມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີ 63 ແຫ່ງ, ມະຫາວິທະຍາໄລແລະວິທະຍາໄລທີ່ຂຶ້ນກັບກະຊວງ 22 ແຫ່ງ. ມະຫາວິທະຍາໄລທີ່ມີຊື່ສຽງມີມະຫາວິທະຍາໄລຢາງກຸ້ງ, ມະຫາວິທະຍາໄລມານດາເລແລະອື່ນໆ.

 


ວັດທະນະທຳສາສະໜາ

ວັດທະນະທຳມຽນມາໄດ້ຮັບອິດທິພົນຢ່າງຫຼວງຫຼາຍຈາກວັດທະນະທຳພຸດທະສາສະໜາ. ຕົວໜັງສື, ສິລະປະວັນນະຄະດີ, ດົນຕີ, ການຟ້ອນ, ການແຕ້ມ, ການຄວັດ, ການປັ້ນ, ສະຖາປັດຕະຍະກຳແລະຮີດຄອງປະເພນີລ້ວນແຕ່ຕິດພັນກັບວັດທະນະທຳພຸດທະສາສະໜາ. ພາຍຫຼັງໄດ້ຮັບເອກະລາດແລ້ວ, ມຽນມາໄດ້ປົກປັກຮັກສາວັດທະນະທຳຮີດຄອງເພນີຂອງຊາດ, ອະນຸລັກມໍລະດົກວັດທະນະທຳຢ່າງສະເໝີຕົ້ນສະເໝີປາຍ. ວັດທະນະທຳທີ່ມີມູນເຊື້ອມີອິດທິພົນຢ່າງກວ້າງຂວາງແລະຄອງຖານຕົ້ນຕໍຢູ່ມຽນມາ. ສະຖາບັນວັດທະນະທຳສຳຄັຂອງປະເທດມຽນມາມີ: ຄະນະສິລະປະການຟ້ອນແລະລະຄອນແຫ່ງຊາດ,ຫໍສະໝຸດແຫ່ງຊາດ,ຫໍພິພິດທະພັນແຫ່ງຊາດ,ຫໍພິພິດທະພັນອອງຊານ ເປັນຕົ້ນ.ປະຊາຊົນມຽນມາ 85 ເຊື່ອຖືສາສະໜາພຸດປະມານ 5 ເຊື່ອຖືສາສະໜາຣິຕຽ8ເຊື່ອຖືສາສະໜາອິລາມປະມານ 0,5 ເຊື່ອຖືສາສະໜາຮິນດູ1,21 ເຊື່ອຖືລັດທິວິນຍານນິຍົມ.