ປະເທດລາວ

lmcchina.org, March 12, 2021
Size:


ປະເທດລາວມີຊື່ເຕັມວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນປະເທດທີ່ບໍ່ມີທາງອອກສູ່ທະເລພຽງປະເທດດຽວຢູ່ແຫຼມອິນດູຈີນ. ປະເທດລາວໄດ້ສ້າງພາບແຫ່ງຄວາມປະທັບໃຈໃຫ້ແກ່ຄົນທັງຫຼາຍຍ້ອນວ່າມີຄວາມລຽບງ່າຍແລະເປັນຄົນມີນ້ຳໃສໃຈຈິງ. ສາຍຫຼັກແມ່ນ້ຳຂອງຕອນຢູ່ປະເທດລາວມີຄວາມຍາວທັງໝົດ 777,4 ກິໂລແມັດ, ແມ່ນ້ຳຂອງໄດ້ໄຫຼຜ່ານນະຄອນຫຼວງວຽງຈັນ, ຍັງໄດ້ໄຫຼລຽບເປັນຊາຍແດນລາວ-ມຽນມາທີ່ມີຄວາມຍາວ 234 ກິໂລແມັດ, ລຽບຕາມຊາຍແດນລາວ-ໄທມີຄວາມຍາວທັງໝົດ 976,3 ກິໂລແມັດ. ແມ່ນ້ຳຂອງ ແລະ ສາຂານ້ອຍໃຫຍ່ຂອງມັນທີ່ເປັນແມ່ນ້ຳລຳເຊຢູ່ພາຍໃນດິນແດນລາວມີຫຼາຍກວ່າ 20 ສາຍ. ໃນນີ້, ສາຂາແມ່ນ້ຳຂອງຕອນເໜືອກຳເນີດຈາກເຂດພູດອຍທາງພາກເໜືອຂອງພູພຽງຊຽງຂວາງ, ສັນພູຕ່າງໆເປັນສັນປັນນ້ຳລະຫວ່າງແມ່ນ້ຳຂອງແລະສາຍນ້ຳຕ່າງໆທີ່ປ່ອງໃສ່ອ່າວເປີຍປູ້, ສາຂານ້ຳຕ່າງໆມີທິດໄຫຼຕົ້ນຕໍຕາມທິດຕາເວັນອອກສຽງເໜືອຫາທິດຕາເວັນຕົກສຽງໃຕ້, ສາຂາແມ່ນ້ຳຂອງຕອນໃຕ້ລາວລ້ວນແຕ່ກຳເນີດຈາກສາຍພູຫຼວງ, ສັນພູຂອງສາຍພູຫຼວງເປັນສັນປັນນ້ຳລະຫວ່າງແມ່ນ້ຳຂອງແລະ ສາຍນ້ຳຕ່າງໆທີ່ປ່ອງໃສ່ທະເລຈີນໃຕ້, ສາຂານ້ຳຕ່າງໆມີທິດໄຫຼຕົ້ນຕໍຕາມທິດຕາເວັນອອກຫາທິດຕາເວັນຕົກ.

ວັນທີ 23 ມີນາ 2016, ກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທຳອິດໄດ້ຈັດຂຶ້ນຢູ່ນະຄອນຊ່ານຢາແຂວງໄຫຼຫຼຳສປຈີນ, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວໃນຕອນນັ້ນໄດ້ເຂົ້າຮ່ວມກອງປະຊຸມໂດຍຢືນຢັນວ່າ: ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນຂີດໝາຍສະແດງໃຫ້ເຫັນວ່າ: ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນແມ່ນ້ຳແຫ່ງຄວາມສຸກ,ແມ່ນ້ຳແຫ່ງການຮ່ວມມືທີ່ຈະສ້າງຜົນປະໂຫຍດໃຫ້ແກ່ 6 ປະເທດລຸ່ມແມ່ນ້ຳຂອງ. ປະເທດລາວຍິນດີຮ່ວມກັນກັບຈີນຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກກະພາບກັນທີ່ກອງປະຊຸມຜູ້ນຳຄັ້ງທຳອິດໄດ້ຕົກລົງກັນໄວ້.

 

image.png

 

ທຸງຊາດລາວ

ປະເທດລາວໂດຍສັງເຂບ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີເນື້ອທີ່ 236.800 ກິໂລຕາແມັດ, ມີປະຊາກອນ 7.230.000 ຄົນ (ສະຖິຕິປີ 2019), ປະກອບມີ 50 ຊົນເຜົ່າ. ປະເທດລາວຕັ້ງຢູ່ພາກເໜືອຂອງແຫຼມອິນດູຈີນ,ບໍ່ມີທາງອອກສູ່ທະເລ, ທິດເໜືອຕິດກັບຈີນ, ມີຊາຍແດນຮ່ວມກັນ 508 ກິໂລແມັດ,ທິດໃຕ້ຕິດກັບກຳປູເຈຍ,ມີຊາຍແດນຮ່ວມກັນ 535 ກິໂລແມັດ,ທິດຕາເວັນອອກຕິດກັບຫວຽດນາມ, ມີຊາຍແດນຮ່ວມກັນ 2067 ກິໂລແມັດ, ທິດຕາເວັນຕົກສຽງເໜືອຕິດກັບມຽນມາ, ມີຊາຍແດນຮ່ວມກັນ 236 ກິໂລແມັດ, ທິດຕາເວັນຕົກສຽງໃຕ້ຕິດກັບໄທ, ມີຊາຍແດນຮ່ວມກັນ 1835 ກິໂລແມັດ. ປະເທດລາວມີພູມອາກາດຖືກຈັດຢູ່ໃນເຂດລົມມໍລະສຸມເຂດຮ້ອນ, ເຂດອົບອຸ່ນ, ແບ່ງເປັນສອງລະດູ ຄື: ແຕ່ເດືອນພຶດສະພາຫາເດືອນຕຸລາເປັນລະດູຝົນ, ເດືອນພະຈິກຫາເດືອນເມສາ ເປັນລະດູແລ້ງ, ອຸນຫະພູມສະເລ່ຍປະຈຳປີປະມານ 26

ນະຄອນຫຼວງ

ວຽງຈັນ Vientiane, ມີປະຊາກອນ 948.000 ຄົນ ( ປີ 2019). ອຸນຫະພູມສະເລ່ຍສູງສຸດ 31,7, ອຸນຫະພູມສະເລ່ຍຕ່ຳສຸດ 22,6℃.

 

image.png

 

ວັນບຸນສຳຄັນ

ວັນສ້າງຕັ້ງກອງທັບຊາຊົນລາວ: ວັນທີ 20 ມັງກອນປີ 1949

ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ: ວັນທີ 22 ມີນາ(ປີ 1955)

ປີໃໝ່ລາວ(ບຸນສົງການຫຼືບຸນຫົດນ້ຳ): ເດືອນ 5 ຕາມຈຸນລະສັກກະຫຼາດ(ຈສ), ທຳມະດາແມ່ນເລີ່ມສະຫຼອງແຕ່ວັນທີ 13 ເມສາ ລວມທັງໝົດ 3 ວັນ.
ວັນປະກາດເອກະລາດ: ວັນທີ 12 ຕຸລາ (ປີ 1945)

ບຸນທາດຫຼວງ: ເດືອນ 12 ຕາມຈຸນລະສັກກະຫຼາດ(ຈສ) ກົງກັບເດືອນພະຈິກຕາມ.

ວັນຊາດ: ວັນທີ 2 ທັນວາ(ປີ 1975)

 

image.png

 

ການທ່ອງທ່ຽວ

ຫຼວງພະບາງແລະວັດພູຈຳປາສັກ ໄດ້ຖືກຮັບຮອງເປັນມໍລະດົກໂລກດ້ານວັດທະນະທຳ. ນອກນີ້ຍັງມີແຫຼ່ງທ່ອງທ່ຽວທີ່ມີຊື່ສຽງເຊັ່ນ: ພະທາດຫຼວງ, ຫໍພະແກ້ວ ຢູ່ນະຄອນຫຼວງວຽງຈັນ, ນ້ຳຕົກຕາດຄອນພະເພັງແຂວງຈຳປາສັກ, ນ້ຳຕົກຕາດກວາງຊີນະຄອນຫຼວງພະບາງ ເປັນຕົ້ນ. ນັບຕັ້ງແຕ່ປະເທດລາວປະຕິບັດນະໂຍບາຍການປ່ຽນແປງໃໝ່ ເປັນຕົ້ນມາ, ການທ່ອງທ່ຽວໄດ້ກາຍເປັນຂະແໜງການຈະເລີນໃໝ່ທີ່ປະກອບສ່ວນໃຫ້ກັບການພັດທະນາເສຖະກິດຂອງລາວ. ໃນຊຸປີຜ່ານມາ, ລາວໄດ້ເຊັນສັນຍາການຮ່ວມມືກັບບໍລິສັດທ່ອງທ່ຽວຕ່າງປະເທດຫຼາຍກວ່າ 500 ແຫ່ງ, ເປີດດ່ານສາກົນສຳລັບນັກທ່ອງທ່ຽວຕ່າງປະເທດ 15 ແຫ່ງ, ພ້ອມດຽວກັນນັ້ນຍັງໄດ້ໃຊ້ມາດຕະການຫຼາຍຢ່າງ ເປັນຕົ້ນແມ່ນ ການເພີ່ມງົບປະມານເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງດ້ານການທ່ອງທ່ຽວ, ຫຼຸດຄ່າວິຊາ, ຫຼຸດຂັ້ນຕອນລະບຽບການດ້ານການທ່ອງທ່ຽວຊາຍແດນ ແລະອື່ນໆ, ຂະແໜງການທ່ອງທ່ຽວໄດ້ຮັບການພັດທະນາຢ່າຕໍ່ເນື່ອງ. ເດືອນພຶດສະພາປີ2013, ສະພາມົນຕີສະຫະພາບເອີຣົບໄດ້ປະກາດໃຫ້ປະເທດລາວເປັນຈຸດໝາຍປາຍທາງແຫຼ່ງທ່ອງທ່ຽວສຸດຍອດຂອງໂລກ

 image.png