ທ່ານສີຈິ້ນຜິງອວຍພອນປີໃໝ່ສາກົນ 2021

CRI, March 10, 2021
Size:

ທ່ານສີຈິ້ນຜິງອວຍພອນປີໃໝ່ສາກົນ 2021_fororder_1126934359_16094133564351n


ວັນທີ 31 ທັນວາ ປີ 2020, ເນື່ອງໃນໂອກາດປີໃໝ່ສາກົນ2021ໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳອວຍພອນປີໃໝ່2021ຜ່ານຈາກສະຖານີວິທະຍຸໂທລະພາບສູນກາງຈີນແລະທາງອິນເຕີເນັດ. ເຊິ່ງເນື້ອໃນຄຳອວຍພອນປີໃໝ່ມີດັ່ງນີ້:

ບັນດາສະຫາຍ, ບັນດາເພື່ອນມິດ, ບັນດາທ່ານຍິງ ແລະ ທ່ານຊາຍ:

ສະບາຍດີ! ປີ 2021 ພວມຫຍັບໃກ້ເຂົ້າມາ, ຂ້າພະເຈົ້າຂໍສະແດງຄວາມອວຍພອນທີ່ດີງາມເນື່ອງໃນໂອກາດປີໃໝ່ໄປເຖິງບັນດາທ່ານຈາກນະຄອນຫຼວງປັກກິ່ງ!

ປີ 2020 ແມ່ນປີໜຶ່ງທີ່ບໍ່ທຳມະດາ. ເມື່ອຜະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຢ່າງກະທັນຫັນ, ພວກເຮົາໄດ້ຍຶດໝັ້ນໃນການຖືເອົາປະຊາຊົນສຳຄັນກວ່າໝູ່ ແລະ ຖືເອົາຊີວິດສຳຄັນກວ່າໝູ່ ເຊິ່ງສະແດງໃຫ້ເຫັນເຖິງຄວາມຮັກຄວາມມີເມດຕາທີ່ຍິ່ງໃຫຍ່ໃນໂລກມະນຸດ, ແລະໄດ້ກາຍເປັນມະຫາປະຫວັດສາດແຫ່ງການຕ້ານກັບພະຍາດດ້ວຍການຮ່ວມແຮງຮ່ວມໃຈກັນ ແລະມີຈິດໃຈສູ້ຊົນດ້ວຍຄວາມອົດທົນຢ່າງສູງ. ໃນໄລຍະເວລາທີ່ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກນັ້ນ, ກໍມີຄວາມອົງອາດກ້າຫານ ແລະ ສະຫງ່າຜ່າເຜີຍໃນການອອກເດີນທາງມຸ້ງໜ້າສູ່ແນວໜ້າໃນບັ້ນຮົບຕ້ານກັບພະຍາດ, ມີການເຝົ້າຮັກສາເພື່ອປະຕິບັດໜ້າທີ່ດ້ວຍຈິດໃຈສູ້ຊົນອົດທົນທີ່ບໍ່ຍອມທໍ້ຖອຍ, ມີຄວາມຮັບຜິດຊອບທີ່ຮ່ວມທຸກຮ່ວມສຸກ, ມີການຍອມເສຍສະຫຼະທີ່ອົງອາດກ້າຫານ, ມີຄວາມຊາບຊື້ງໃຈໃນການຊ່ວຍເຫຼືອເຊິ່ງກັນແລະກັນ. ຈາກນາງຟ້າຊຸດຂາວຮອດທະຫານລູກຫຼານປະຊາຊົນ, ຈາກນັກຄົ້ນຄວ້າວິທະຍາສາດ ຮອດຜູ້ເຮັດວຽກງານເຂດຊຸມຊົນ, ຈາກອາສາສະໝັກຮອດຜູ້ກໍ່ສ້າງໂຄງການ, ຈາກຜູ້ອາຍຸສູງຮອດລຸ້ນຄົນໄວໜຸ່ມທີ່ເກີດໃນຊຸມປີ 1990 ແລະ 2000, ປະຊາຊົນໃນຈຳນວນນັບບໍ່ຖ້ວນໄດ້ປະຕິບັດພາລະກຳດ້ວຍການສ່ຽງຊີວິດຂອງຕົນ ແລະ ປົກປ້ອງຊີວິດຂອງປະຊາຊົນດ້ວຍຄວາມຮັກແພງຢ່າງສຸດໃຈ, ເຕົ້າໂຮມກຳລັງແຮງຈາກນ້ອຍໃຫ້ກາຍເປັນກຳລັງແຮງອັນຍິ່ງໃຫຍ່ມະຫາສານ, ໄດ້ສ້າງກຳແພງເພັດເພື່ອປົກປ້ອງຊີວິດ. ການເຄື່ອນໄຫວຂອງທຸກຄົນທີ່ປະກອບສ່ວນຢ່າງເດັດດ່ຽວແລະກ້າຫານ, ການເຮັດວຽກແບບແລ່ນຕໍ່ໄມ້ທຸກເທື່ອແມ່ນມີລັກສະນະຮ່ວມແຮງຮ່ວມໃຈກັນ, ພາບທີ່ເຮັດໃຫ້ຄົນຮູ້ສຶກຕື້ນຕັນໃຈທຸກເທື່ອ, ລ້ວນແຕ່ໄດ້ສະແດງໃຫ້ເຫັນເຖິງຈິດໃຈຕ້ານພະຍາດທີ່ຍິ່ງໃຫຍ່ຢ່າງມີຊີວິດຊີວາ. ຄວາມທຳມະດາສ້າງໃຫ້ມີຄວາມຍິ່ງໃຫຍ່, ວິລະຊົນມາຈາກປະຊາຊົນ. ທຸກຄົນລ້ວນແຕ່ສຸດຍອດອີ່ຫຼີ! ຂ້າພະເຈົ້າຂໍສະແດງຄວາມເຫັນໃຈຕໍ່ຄົນເຈັບທຸກຄົນທີ່ໄດ້ຕິດເຊື້ອພະຍາດ! ຂໍສະແດງຄວາມເຄົາລົບນັບຖືຢ່າງສູງຕໍ່ວິລະຊົນຜູ້ທຳມະດາທຸກຄົນ! ຂ້າພະເຈົ້າຮູ້ສຶກພາກພູມໃຈຢ່າງສູງຕໍ່ປະເທດຊາດ ແລະ ປະຊາຊົນທີ່ຍິ່ງໃຫຍ່, ແລະຮູ້ສຶກທະນົງໃຈຕໍ່ນ້ຳໃຈຊາດຈີນທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງບໍ່ລົດລະ!

ເມື່ອພົບຄວາມຫຍຸ້ງຍາກລຳບາກຈຶ່ງຈະສະແດງອອກເຖິງຄວາມກ້າຫານ, ຕ້ອງຜ່ານການຝຶກຝົນຫຼໍ່ຫຼອມຈຶ່ງຈະປະສົບຜົນສຳເລັດປານຫີນຢົກຕ້ອງຜ່ານການເຈຍລະໃນຈິງຈະສາມາດປະດິດເປັນເຄື່ອງຢົກທີ່ສວຍງາມ ແລະ ປານີດໄດ້. ພວກເຮົາໄດ້ຜ່ານຜ່າຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ປະສານສົມທົບການປ້ອງກັນຄວບຄຸມພະຍາດ ແລະ ການພັດທະນາເສດຖະກິດ-ສັງຄົມໃຫ້ໄດ້ຮັບໝາກຜົນຢ່າງໃຫຍ່ຫຼວງ. ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 13 ໄດ້ບັນລຸຜົນສຳເລັດຢ່າງຈົບງາມ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ໄດ້ວາງແຜນແມ່ບົດຢ່າງຮອບດ້ານ. ຈີນພວມເລັ່ງລັດການສ້າງສະພາບການພັດທະນາໃໝ່, ແລະ ລົງເລິກການດຳເນີນການພັດທະນາດ້ວຍຄຸນນະພາບສູງ. ຈີນໄດ້ນຳໜ້າທາງດ້ານເສດຖະກິດທີ່ເຕີບໂຕເປັນຕົວເລກບວກໃນບັນດາກຸ່ມເສດຖະກິດສຳຄັນໃນໂລກ, ຄາດວ່າປີ 2020 GDPຂອງຈີນຈະບັນລຸເຖິງ 1 ແສນຕື້ຢວນ. ການຜະລິດສະບຽງອາຫານໄດ້ຮັບຜົນເກັບກ່ຽວທີ່ອຸດົມສົມບູນເປັນ 17 ປີລຽນຕິດ. ການເຄື່ອນໄຫວສຳຫຼວດຄົ້ນຄວ້າວິທະຍາສາດຕ່າງໆ ເຊັ່ນ ຍານສຳຫຼວດດວງອັງຄານ“ທ່ຽນເວີ້ນ 1” ຍານສຳຫຼວດດວງຈັນ“ສາງເອີ 5” ເຮືອດຳນ້ຳ“ເຟີ້ນໂຕເຈີ” ເປັນຕົ້ນ ໄດ້ບັນລຸຄວາມຄືບໜ້າທີ່ສຳຄັນ. ການສ້າງທ່າການຄ້າເສລີໄຫຫຼຳໄດ້ດຳເນີນໄປຢ່າງຟົດຟື້ນ. ພວກເຮົາຍັງໄດ້ຕ້ານກັບໄພນ້ຳຖ້ວມຄັ້ງຮ້າຍແຮງ, ທະຫານ ແລະ ປະຊາຊົນອັນໄພສານບໍ່ຢ້ານກົວຕໍ່ຄວາມຫຍຸ້ງຍາກລຳບາກ, ໄດ້ຮ່ວມແຮງຮ່ວມໃຈກັນຕ້ານໄພ ແລະ ກູ້ໄພ, ພະຍາຍາມບັນເທົາຜົນເສຍຫາຍໃຫ້ໜ້ອຍລົງສູ່ລະດັບຕ່ຳສຸດ. ໃນເວລາເດີນທາງໄປສຳຫຼວດກວດກາວຽກງານຢູ່ 13 ແຂວງ ເຂດປົກຄອງຕົນເອງ ແລະກຳແພງນະຄອນ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນທີ່ໄດ້ເຫັນວ່າ, ຄົນທັງຫຼາຍໄດ້ຕັ້ງໃຈຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດຢ່າງລະອຽດຮອບຄອບ, ຍາດແຍ່ງທຸກເວລານາທີເພື່ອຟື້ນຟູການເຮັດວຽກ ແລະ ຟື້ນຟູການຜະລິດ, ສຸມທຸກຄວາມພະຍາຍາມເພື່ອປະດິດສ້າງໃໝ່, ປະຊາຊາດຈີນມີຄວາມໝັ້ນໃຈຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຕັມໄປດ້ວຍມານະຈິດອົດທົນ, ແລະເຫັນສະພາບການທີ່ສູ້ຊົນເຮັດວຽກດ້ວຍການຍາດແຍ່ງທຸກເວລານາທີ ແລະມີຊີວິດຊີວາຢູ່ທຸກບ່ອນ.

ປີ 2020, ການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານໄດ້ຮັບຜົນສຳເລັດຍິ່ງໃຫຍ່ເປັນຄັ້ງປະຫວັດສາດທີ່ຍິ່ງໃຫຍ່, ບັ້ນລຶບລ້າງຄວາມທຸກຍາກໄດ້ຮັບໄຊຊະນະທີ່ມີລັກສະນະຕັດສິນຊີ້ຂາດ. ພວກເຮົາໄດ້ເປີດບັ້ນຮົບແກ້ໄຂບັນຫາຄວາມທຸກຍາກທີ່ເລິກເຊິ່ງ, ແລະໄດ້ແກ້ໄຂບັນຫາຫຍຸ້ງຍາກທີ່ສຸດ. ຜ່ານການພະຍາຍາມມາເປັນເວລາ 8 ປີ, ປະຊາກອນຜູ້ທຸກຍາກໃນຊົນນະບົດພາຍໃຕ້ມາດຕະຖານປະຈຸບັນເກືອບ 100 ລ້ານຄົນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ, 832 ເມືອງທຸກຍາກໄດ້ຫຼຸດພົ້ນອອກຈາກບັນຊີລາຍຊື່ເມືອງທຸກຍາກທັງໝົດ. ໃນຊຸມປີມໍ່ໆມານີ້, ຂ້າພະເຈົ້າໄດ້ເດີນທາງໄປເຂດທຸກຍາກທີ່ສຸດທີ່ເປັນຂອບເຂດກວ້າງທີ່ຕິດຈອດກັນ 14 ແຫ່ງ, ຄວາມຫ້າວຫັນບຸກບື້ນຂອງພີ່ນ້ອງປະຊາຊົນປຽບເໝືອນ “ພໍ່ເຖົ້າອີກົ່ງຍ້າຍພູ”, ການປະກອບສ່ວນທຸ້ມເທເຫື່ອແຮງຢ່າງສຸດຂີດຂອງພະນັກງານລຶບລ້າງຄວາມທຸກຍາກອັນໄພສານ, ລ້ວນແຕ່ໄດ້ປະກົດຕົວຂຶ້ນຢູ່ໃນສະໝອງຂອງຂ້າພະເຈົ້າເລື້ອຍໆ.  ພວກເຮົາຍັງຕ້ອງສຸມທຸກຄວາມພະຍາຍາມຢ່າງໜັກແໜ້ນເພື່ອບັນລຸເປົ້າໝາຍທີ່ແນ່ນອນ, ເຮັດແທ້ທຳຈິງດ້ວຍຄວາມພະຍາຍາມຢ່າງບໍ່ລົດລະ, ພະຍາຍາມສ້າງພາບທີ່ຍິ່ງໃຫຍ່ສະຫງ່າງາມແຫ່ງການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ, ກ້າວເດີນໄປສູ່ເປົ້າໝາຍທີ່ສ້າງຄວາມຮັ່ງມີຮ່ວມກັນຢ່າງໜັກແໜ້ນ.

ປີນີ້, ພວກເຮົາໄດ້ສະເຫຼີມສະຫຼອງການສ້າງຕັ້ງເຂດເສດຖະກິດພິເສດເສີ່ນເຈີ້ນ ແລະ ເຂດເສດຖະກິດພິເສດອື່ນໆຄົບຮອບ 40 ປີ, ສະເຫຼີມສະຫຼອງການພັດທະນາ ແລະ ເປີດປະຕູສູ່ພາຍນອກຂອງເຂດຜູຕົ່ງນະຄອນຊຽງໄຮຄົບຮອບ 30 ປີຢ່າງຍິ່ງໃຫຍ່ຄຶກຄື້ນ. ເມື່ອຢືນຢູ່ແຄມຝັ່ງທະເລຈີນໃຕ້ທີ່ມີຊີວິດຊີວາໃນລະດູບານໃໝ່, ແຄມແມ່ນ້ຳຫວງຜູທີ່ມີສີສັນຢ່າງຫຼາກຫຼາຍ, ເຮັດໃຫ້ຄົນມີຄວາມປະທັບໃຈຢ່າງເລິກເຊິ່ງ, ການກ້າວເດີນ ແລະ ທົດລອງໄປກ່ອນ ໄດ້ກາຍເປັນແບບຢ່າງທີ່ນຳໜ້າ, ການຄົ້ນຄວ້າການປະດິດສ້າງໃໝ່ ໄດ້ກາຍເປັນທິດນຳໜ້າໃນການປະດິດສ້າງໃໝ່. ການປະຕິຮູບ ແລະເປີດປະຕູສູ່ພາຍນອກໄດ້ ສ້າງສິ່ງມະຫັດສະຈັນດ້ານການພັດທະນາ, ໃນຕໍ່ໜ້ານີ້ຍັງຕ້ອງໃຊ້ຄວາມກ້າຫານຫຼາຍກວ່າເກົ່າເພື່ອລົງເລິກການປະຕິຮູບ ແລະເປີດກວ້າງການເປີດປະຕູສູ່ພາຍນອກ, ສືບຕໍ່ສ້າງ “ເລື່ອງລາວໃນລະດູບານໃໝ່” ຄືເລື່ອງລາວດ້ານການປະຕິຮູບແລະເປີດປະຕູສູ່ພາຍນອກໃຫ້ຫຼາຍກວ່າເກົ່າ.

ຫຼັກການຮ່ວມກັນຄົນເຮົາຈະບໍ່ໂດດດ່ຽວ, ທົ່ວໂລກແມ່ນວົງຄະນາຍາດດຽວກັນ. ເມື່ອຜ່ານຟ້າຝົນລົມແດງໃນ 1 ປີທີ່ຜ່ານມາ, ພວກເຮົາມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າເວລາໃດໝົດກ່ຽວກັບຄວາມໝາຍຂອງຄຳວ່າປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ຂ້າພະເຈົ້າໄດ້ສົນທະນາທາງໂທລະສັບກັບເພື່ອນມິດເກົ່າ ແລະເພື່ອນມິດໃໝ່ໃນສາກົນມາຫຼາຍເທື່ອ, ໄດ້ເຂົ້າຮ່ວມ “ກອງປະຊຸມທາງອິນເຕີເນັດ” ຫຼາຍຄັ້ງ, ສິ່ງທີ່ເວົ້າເຖິງຫຼາຍທີ່ສຸດກໍແມ່ນ ການຮ່ວມແຮງຮ່ວມໃຈກັນ ແລະສາມັກຄີກັນຕ້ານກັບພະຍາດ. ການປ້ອງກັນ ແລະ ຄວບຄຸມພະຍາດຍັງມີໜ້າທີ່ອັນໜັກໜ່ວງ ແລະ ຍາວນານ. ປະຊາຊົນບັນດາປະເທດໃນໂລກຕ້ອງເກາະແຂນຮ່ວມມືກັນ, ຮ່ວມແຮງຮ່ວມໃຈກັນຜ່ານຜ່າຄວາມຫຍຸ້ງຍາກ, ລຶບລ້າງເງົາມືດຂອງພະຍາດໂຄວິດ-19 ໃຫ້ໄດ້ໂດຍໄວ, ພະຍາຍາມສ້າງໜ່ວຍໂລກໃຫ້ເປັນບ້ານເມືອງທີ່ສວຍງາມກວ່າເກົ່າ.

ປີ 2021 ແມ່ນປີທີ່ພັກກອມມູນິດຈີນສ້າງຕັ້ງຂຶ້ນຄົບຮອບ 100 ປີ. ຂະບວນວິວັດປະຫວັດສາດແຫ່ງສູ້ຊົນຮ້ອຍປີຜ່ານມາມີຄວາມຍິ່ງໃຫຍ່ ແລະ ສະຫງ່າລາສີ, ເຖິງວ່າ ຮ້ອຍປີຜ່ານໄປແລ້ວກໍຕາມ ແຕ່ອຸດົມການແຕ່ຫົວທີຍັງມີຄວາມໜັກແໜ້ນຍິ່ງຂຶ້ນ. ຈາກຊືຄູ້ເມີນຂອງນະຄອນຊຽງໄຮຮອດໜອງໜານຫູຂອງນະຄອນເຈ່ຍຊິ່ງ, ເຮືອແດງນ້ອຍໆລຳໜຶ່ງໄດ້ບັນທຸກໜ້າທີ່ອັນໜັກໜ່ວງທີ່ປະຊາຊົນມອບໝາຍໃຫ້ ແລະ ຄວາມມຸ່ງຫວັງຂອງຊົນຊາດຈີນ, ລ່ອງລອຍຜ່ານແກ້ງນ້ຳໄຫຼຢ່າງແຮງ, ຜ່ານຜ່າຄື້ນກະແສຟອງທີ່ຮ້າຍແຮງໜ້າຕື່ນຕົກໃຈ, ແຕ່ໃນທີ່ສຸດເຮືອລຳນ້ອຍໄດ້ກາຍເປັນກຳປັ່ນໃຫຍ່ທີ່ນຳພາປະເທດຈີນກ້າວເດີນໄປໄກແສນໄກຢ່າງໜັກແໜ້ນ. ໂດຍຍຶດຖືພາລະກິດອັນຍິ່ງໃຫຍ່ໃນຮອບພັນປີ, ພໍດີກັບວັນເວລາທີ່ຕ້ອນຮັບວັນສ້າງຕັ້ງພັກກອມມູນິດຈີນຄົບຮອບຮ້ອຍປີ. ພວກເຮົາໄດ້ປະຕິບັດຕາມຫຼັກການທີ່ຖືເອົາປະຊາຊົນເປັນໃຈກາງ, ຮັກສາອຸດົມການແຕ່ຫົວທີຢ່າງສະເໝີຕົ້ນສະເໝີປາຍ, ຈື່ຈຳພາລະກຳຢ່າງໜັກແໜ້ນ, ຜ່ານຜ່າຟ້າຝົນລົມແດງ, ອອກເດີນທາງໄກຢ່າງກ້າຫານ, ກໍຈະສາມາດບັນລຸເປົ້າໝາຍທີ່ຈະຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນໄດ້ຢ່າງແນ່ນອນ.

ເມື່ອຢືນຢູ່ຈຸດເຊື່ອມຕໍ່ຂອງໄລຍະປະຫວັດສາດຂອງ“ເປົ້າໝາຍສູ້ຊົນສອງເຫດການປະຫວັດສາດສຳຄັນຮ້ອຍປີ”, ຂະບວນການໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານໃກ້ຈະເລີ່ມຕົ້ນຂຶ້ນແລ້ວ. ເສັ້ນທາງສູ້ຊົນຍັງຍາວໄກ, ພວກເຮົາຕ້ອງພະຍາຍາມບຸກບືນສູ້ຊົນຢ່າງບໍ່ລົດລະ. ພວກເຮົາໄດ້ບຸກບືນສູ້ຊົນ ຜ່ານຜ່າຄວາມຫຍຸ້ງຍາກແລະອຸປະສັກນານາປະການ, ຂ້າມຜ່ານພູຜາປ່າໄມ້ ແລະ ແມ່ນໍ້າລຳເຊເປັນໄລຍະທາງຍາວໄກມາແລ້ວ. ພວກເຮົາຍັງຕ້ອງສືບຕໍ່ບຸກບືນສູ້ຊົນຕື່ມອີກ, ກ້າວເດີນໄປໜ້າຢ່າງກ້າຫານ, ສ້າງຜົນສຳເລັດທີ່ສະຫງ່າລາສີກວ່າເກົ່າ!

ໃນຂະນະນີ້, ກໍເປັນເວລາຄ້ອຍຄ່ຳລົງແລ້ວ, ທຸກໆຄອບຄົວໄດ້ ເຕົ້າໂຮມກັນດ້ວຍຄວາມສາມັກຄີ. ເນື່ອງໃນໂອກາດທີ່ປີໃໝ່ກຳລັງໃກ້ຈະໝູນວຽນມາເຖິງນີ້, ຂໍອວຍພອນໃຫ້ພູຜາປ່າໄມ້ ແລະ ແມ່ນໍ້າລຳເຊຈົ່ງມີຄວາມສວຍງາມ, ປະເທດມີຄວາມໝັ້ນຄົງ ປະຊາຊົນຢູ່ເຢັນເປັນສຸກ! ຂໍອວຍພອນໃຫ້ທຸກທຸກທ່ານຈົ່ງມີຄວາມສາມັກຄີປອງດອງ ມີຄວາມໂຊກດີເປັນສິລິມຸງຄຸນ,  ຄອບຄົວມີຄວາມຜາສຸກ!

ຂໍຂອບໃຈ!